ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10 ມິ​ຖຸ​ນາ 2020 , ເວ​ລາ 5:30 ໂມງ ທີ່ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງວຽງຈັນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ແລະ ວັນ​ສິ່​ງແວດ​ລ້ອມ​ໂລກ​ຂື້ນ​​ໂດຍ​ ​​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ສິ່ງ​ຄຳ ຄົງ​ສະ​ຫວັນ ຄະ​ນະ​ປະ​ຈຳ​ພັກ​ແຂວງ,ຮອງ​ເຈົ້າ​ແຂວງໆ​ວຽງ​ຈັນ ມີ​ບັນ​ດາ​ການ​ນຳຂອງ​ແຂວງ, ຫົວ​ໜ້າພະ​ແນກ​ການ, ​ອົງ​ການ, ກົມ​ກອງ ພ້ອມ​ດ້ວຍ​ບັນ​ດາ​ພະ​ນັກ​ງານ​ຫຼັກ​ແຫຼ່ງພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ລວມ​ທັງ​ໝົດ 128 ທ່ານ, ຍິງ 42 ທ່ານ.

   ໃນ​ພິ​ທິ​ດັ່ງ​ກ່າວ ​ທ່ານ ກອງ​ຄຳ ອິນ​ໄພ​ຍະ​ລາດ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງວຽງ​ຈັນ, ໄດ້ກ່​າວ​ບາງ​ຕອນວ່າ: ການ​ສະເຫຼີມ​ສະ​ຫຼອງວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດກໍ່​ຄື​ວັນ​ສິ່ງ​ແວດ​ລ້ອມ​ສາ​ກົນ 5 ມິ​ຖຸ​ນາ​ເປັນ​ການ​ປຸກ​ລະ​ດົມ ແລະ ປູກ​ຈິດ​ສຳ​ນຶກ​ໃຫ້​ທຸກ​ຄົນ​ໃນ​ສັງ​ຄົມ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ມີ​ຄວາມ​ຕື່ນ​ຕົວ, ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ນັບ​ມື້​ນັບ​ຫຼາຍ​ຂື້ນ, ຊັບພະຍາກອນທໍາມະຊາດ ເປັນສິ່ງທີ່ສາມາດນໍາມາໃຊ້ໃຫ້ເກີດປະໂຫຍດຕໍ່ການດໍາລົງຊີວິດຂອງມະນຸດໃນຫຼາຍໆດ້ານເຊັ່ນ: ນໍາມາປະກອບອາຫານ, ໃຊ້ເປັນເຄື່ອງນຸ່ງຫົ່ມ, ໃຊ້ເປັນຢາຮັກສາໂລກ ຫຼື ນໍາມາດັດແປງເປັນທີ່ຢູ່ອາໃສ, ສ່ວນສິ່ງແວດລ້ອມກໍ່ຄືສິ່ງຕ່າງໆທີ່ຢູ່ຮອບຕົວເຮົາ ເປັນທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ. ນອກຈາກນັ້ນ ສິ່ງແວດລ້ອມ ຍັງເປັນສິ່ງທີ່ປ່ຽນແປງໄດ້ສະເໝີເຊິ່ງປະກອບມີ 2 ປະເພດຄື: ໜື່ງແມ່ນ ສິ່ງແວດລ້ອມທີ່ເກີດຈາກການກະທໍາຂອງມະນຸດ  ແລະ ສອງແມ່ນສິ່ງແວດລ້ອມທີ່ເກີດຂື້ນເອງ ຫຼື ມີຢູ່ຕາມທໍາມະຊາດ, ຊັບພະຍາກອນທໍາມະຊາດ ມີຄວາມຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ຕ້ອງ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ມີ​ຄວາມ​ຍືນ​ຍົງ.

ໂອ​ກາດນີ້ ທ່ານນາງສິ່ງ​ຄຳ ຄົງ​ສະ​ຫວັ່ນ ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ໄດ້​ໃຫ້​ກຽດ​ຂື້ນ​ເລົ່າ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ ແລະ ​ວັນ​ສິ່ງ​ແວດ​ລ້ອມ​ໂລກ​ໂດຍ​ທ່ານ​ຍົກ​ໃຫ້​ເຫັນ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງວັນ​ດັ່ງ​ກ່າວ, ການສະເຫຼີມສະຫຼອງວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ແລະ ວັນສິ່ງແວດລ້ອມໂລກ ຂອງ​ທຸກໆ​ປີ​ແມ່ນ​ເປັນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ສົ່ງ​ເສີມ​ການ​ປົກ​ປັກ​ຮັກ​ສາ​ບູ​ລະ​ນະ​ຟື້ນ​ຟູ​ສິ່ງ​ແວດ​ລ້ອມ​ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ບຸກ​ຄົນ​ ແລະ ​ການ​ຈັດ​ຕັ້ງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​​ເຫັນ​ໄດ້ຄວາມ​ສຳ​ຄັນ​ຂອງ​ສິ່ງ​ແວດ​ລ້ອມ​ສີ​ຂຽວ​ສະ​ອາດ​ງາມ​ຕາ, ພາຍໃຕ້ຫົວຂໍ້: “Time for Nature” ຫລື “ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມ’’

ໃນ​ພິ​ດັ່ງ​ກ່າວ​ຈະໄດ້​ຈັດ​ໃຫ້​ມີ​ຂະ​ບວນ​ການ​ຍ່າງ​ມາ​ລະ​ທອນ​ເພື່ອ​ສຸ​ຂະ​ພາບ ຈາກນັ້ນ​ບັນ​ດາ​ການ​ນຳ​ຂັ້ນ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​​ໄດ້ພ້ອມ​ກັນ​ປູກ​ເບັ້ຍ​ໄມ້​ປະ​ດັບ​ຕາມແຄມ​ທາງ ຂື້ນ​ຫ້ອງວ່າ​ການ​ແຂວງ​ຫຼັງ​ໃໜ່​ດ້ວຍ​ບັນ​ຍາ​ກາດ​ທີ່​ຟົດ​ຝີນ.