ໃນວັນທີ 10/06/2020 ເວລາ 02:00 ໂມງ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີຫ້ອງປະຊຸມຂອງພະແນກ ໂດຍການເຂົ້າຮ່ວມຂອງ ທ່ານ ກອງຄຳ ອິນໄພຍະລາດ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ມີບັນດາຫົວໜ້າຂະແໜງ, ພະນັກງານພາຍໃນພະແນກ ແລະ ຫຼານນ້ອຍຈຳນວນໜຶ່ງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີດັງກ່າວ ທ່ານ ກອງຄຳ ອິນໄພຍະລາດ ໄດ້ກ່າວເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງວັນທີ 1 ມີຖຸນາເຊິ່ງເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍທ່ານໄດ້ເວົ້າບາງຕອນວ່າ: ເດັກນ້ອຍກໍ່ປຽບເໝືອນ ເບຍໄມ້ ແລະ ເປັນອານາຄົດຂອງຊາດ, ເດັກນ້ອຍປຽບເໝືອນເຈ້ຍຂາວທີບໍລິສຸດ ເຊິ່ງບໍ່ທັນມີສິ່ງໃດມາປົນເປື້ອນ ດັ່ງນັ້ນຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ ໃນການດູແລເບິ່ງແຍງ ແລະ ໃຫ້ໂອກາດ ດ້ານການສຶກສາ, ດ້ານສຸຂະພາບ ແລະ ດ້ານຕ່າງໆ ທີ່ເດັກຄວນໄດ້ຮັບ ເພື່ອສ້າງໃຫ້ເຂົາເຈົ້າໄດ້ເຕີບໂຕເປັນອານາຄົດຂອງຊາດ ຢ່າງມີຄຸນນະພາບ ໃນຕອນທ້າຍຂອງພິທີກໍ່ໄດ້ມີການມອບຂອງຂັວນ ໃຫ້ບັນດາຫຼານນ້ອຍທີ່ເຂົ້າຮ່ວມ ແລະ ຜູ້ປົກຄອງ ຢູ່ບັນດາຂະແໜງພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ດ້ວຍບັນຍາກາດທີຟົດຟຶ້ນ.