ໃນວັນ​ທີ 10/06/2020 ​ເວ​ລາ 02:00 ໂມງ ​ທີ່ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ​ແຂວງ ວຽງ​ຈັນ ໄດ້​ຈັດ​ງານສະ​ເຫຼີມ​ສະຫຼອງ​ວັນ​ເດັກ​ນ້ອຍ​ສາ​ກົນ ພິ​ທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ທີ​ຫ້ອງ​ປະ​ຊຸມ​ຂອງ​ພະ​ແນກ​ ​ໂດຍການ​ເຂົ້າ​ຮ່ວ​ມ​ຂອງ ທ່ານ ກອງຄຳ ອິນ​ໄພ​ຍະ​ລາດ ກຳ​ມະ​ການ​ພັກ​ແຂວງ ຫົວ​ໜ້າ​ພະ​ແນກຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ​ແຂວງວຽງ​ຈັນ, ມີບັນ​ດາ​ຫົວ​ໜ້າ​ຂະ​ແໜງ, ​ພະ​ນັກ​ງານ​ພາຍ​ໃນ​ພະ​ແນກ ແລະ ຫຼານ​ນ້ອຍ​ຈຳ​ນວນ​ໜຶ່ງເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.

     ໃນ​ພິ​ທີ​ດັງ​ກ່າວ ທ່ານ ກອງ​ຄຳ ​ອິນ​ໄພ​ຍະ​ລາດ ໄດ້ກ່າວ​ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຄວາມ​ໝາຍ​ຂອງວັນ​ທີ 1 ມີ​ຖຸ​ນາ​ເຊິ່ງ​ເປັນ​ວັນ​ເດັກ​ນ້ອຍ​ສາ​ກົນ ແລະ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ໂດຍ​ທ່ານ​ໄດ້​ເວົ້າ​ບາງ​ຕອນ​ວ່າ: ເດັກ​ນ້ອຍກໍ່​ປຽບ​ເໝືອນ ເບຍ​ໄມ້ ແລະ ເປັນ​ອາ​ນາ​ຄົດ​ຂອງ​ຊາດ, ເດັກ​ນ້ອຍ​ປຽບ​ເໝືອນ​ເຈ້ຍຂາວທີ​ບໍ​ລິ​ສຸດ ເຊິ່ງ​ບໍ່​ທັນ​ມີ​ສິ່ງ​ໃດ​ມາ​ປົນ​ເປື້ອນ ດັ່ງ​ນັ້ນ​ຜູ້​ປົກ​ຄອງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ໃນ​ການ​ດູ​ແລ​ເບິ່ງ​ແຍງ ແລະ ໃຫ້​ໂອ​ກາດ ດ້ານການ​ສຶກ​ສາ, ດ້ານ​ສຸ​ຂະ​ພາບ ແລະ ດ້ານ​ຕ່າງໆ ທີ່ເດັກ​ຄວນ​ໄດ້​ຮັບ​ ເພື່ອ​ສ້າງ​ໃຫ້​ເຂົາ​ເຈົ້າ​ໄດ້​ເຕີບ​ໂຕ​ເປັນ​ອາ​ນາ​ຄົດ​ຂອງ​ຊາດ ຢ່າງ​ມີ​ຄຸ​ນ​ນະ​ພາບ ໃນ​ຕອນ​ທ້າຍ​ຂອງ​ພິ​ທີກໍ່​ໄດ້​ມີ​ການມອບ​ຂອງ​ຂັວນ ​ໃຫ້​ບັນ​ດາຫຼານ​ນ້ອຍ​ທີ່​ເຂົ້າ​ຮ່ວມ ແລະ ຜູ້​ປົກ​ຄອງ ຢູ່​ບັນ​ດາ​ຂະ​ແໜງ​ພາຍ​ໃນພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ​ແຂວງວຽງ​ຈັນ​ ດ້ວຍ​ບັນ​ຍາ​ກາດ​ທີ​ຟົດ​ຟຶ້ນ.