ໃນ​ຕອນ​ເຊົ້າ​ຂອງວັນ​ທີ 16/06/2020 ທີ່​ຜ່ານ​ມາ​ໄດ້​ມີ​ກອງ​ປະ​ຊຸມ​ເປີດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ການ​ສະ​ແກນ​ແຜນ​ທີ່​ຕາ​ດິນ, ການ​ດັດ​ແປງ​ແຜນ​ທີ່, ການ​ແຕ້ມ​ແຜນ​ທີ່​ຄືນ​ໃໜ່ ແລະ ມາດ​ຕະ​ຖານ​ການ​ເກັບ​ຮັກ​ສາ​ແຜນ​ທີ່​ຕາ​ດິນ​ ໃນ​ລະ​ບົບ​ຄອມ​ພີວ​ເຕີ, ​ຢູ່​ທີ່ຫ້ອງ​ປະ​ຊຸມ ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ ສິ່ງ​ແວດ​ລ້ອມແຂວງວຽງ​ຈັນ, ໃຫ້​ກຽດ​ເປັນ​ປະ​ທານ​ຂອງ ທ່ານ ກອງ​ຄຳ ອີນ​ໄພ​ຍະ​ລາດ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງວຽງ​ຈັນ, ມີ​ບັນ​ດາ​ຄະ​ນະ​ຄູ​ຝຶກ​ມາ​ຈາກ​ກົມ​ທີ່​ດິນ, ມີ​ພະ​ນັກ​ງານ​ວິ​ຊາ​ການ​ຂະ​ແໜງ​ທີ່​ດິນ ແລະ ຂະ​ແໜງ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

     ຈຸດ​ປະ​ສົງ​ຂອງ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ວິ​ຊາ​ການ ​ໃຫ້​ແກ່​ຂະ​ແໜງ​ຄຸ້ມ​ຄອງ​ທີ່​ດິນ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ເພື່ອ​ເກັບ​ຮັກ​ສາ​ຂໍ້​ມູນ​ແຜນ​ທີ່​ຕາ​ດິນ ແລະ ຂໍ້​ມູນ​ຕ່າງໆ ກ່ຽວ​ກັບ​ທີ່​ດິນ​ໄວ້​ໃນລະ​ບົບ​ຄອມ​ພີວ​ເຕີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເສຍ​ຫາຍ​ໄດ້​ງ່າຍ, ໂອ​ກາດ​ນີ້​ທ່ານ ກອງ​ຄຳ ອີນ​ໄພ​ຍະ​ລາດ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ໄດ​້ມີ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ການ​ຝຶກ​ອົບ​ຮົມໃນ​ຄັ້ງ​ນີ້​ວ່າ: ມັນ​ເປັນ​ໂອ​​ກາດ​ດີ ​ທີ່​ທາງ​ກະ​ຊວງຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມໄດ້​ເປັນ​ຫວ່ງ​ເປັນ​ໄຍ​ໂດຍ​ສະ​ເພາະ​ກໍ່​ຄື ​ກົມ​ທີ່​ດິນ​ໄດ້​ລົງ​ມາ​ຝຶກ​ອົບ​ຮົມ​ກ່ຽວກັບ​ການ​ສະ​ແກນ​ແຜນ​ທີ່​ຕາ​ດິນ, ການ​ດັດ​ແປງ​ແຜນ​ທີ່, ການ​ແຕ້ມ​ແຜນ​ທີ່​ຄືນ​ໃໜ່ ແລະ ການ​ເກັບ​ຮັກ​ສາ​ແຜນ​ທີ່​ຕາ​ດິນ ​ເຂົ້າ​ໃນ​ລະ​ບົບ​ຄອມ​ພິວ​ເຕີ ເພື່ອບໍ່​ໃຫ້​ມັນ​ສູນ​ເສຍ​ໄດ້​ງ່າຍ ແລະ ເພື່ອ​ໃຫ້​ທັນ​ສະ​ໄໜ ​ຕາມ​ແຕ່​ລະ​ໄລ​ຍະ ແຕ່ກໍ່​ຂໍ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ວິ​ຊາ​ການ​ຂະ​ແໜງ​ທີ່​ດິນ ແລະ ຂະ​ແໜງ​ທີ່​ກ່ຽວ​ຂ້ອງ ​ທີ່​ເຂົ້າ​ຝຶກ​ອົບ​ຮົມ​ຈົ່ງ​ເອົາ​ໃຈ​ໃສ່​ສຶກ​ສາ​ຄົ້ນ​ຄ້​ວາ ເບິ່ງວິ​ທີ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ​ເອົາ​ຂໍ້​ມູນ​ເຂົ້າ​ໃນ​ລະ​ບົບ​ຄອມ​ພີວ​ເຕີ​ໃຫ້​ໄດ້​ຢ່າງ​ຄົບ​​ຖ້ວນ ແລະ ຖືກ​ຕ້ອງ.

     ການ​ຝຶກ​ອົບ​ຮົມ ແລະ ປະ​ຕິ​ບັດ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ທີ່​ດິນ ແມ່ນ​ຈະ​ໃຊ້​ເວ​ລາ​ເຖິງ 10 ວັນ ແລະ ກໍ່​ຈະ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ໃນ​ບັ້ນ​ຝຶກ​ອົບ​ຮົມ​ຢ່າງ​ຄົບ​ຖ້ວນ.