ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2020 , ເວລາ 5:30 ໂມງ ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກຂື້ນໂດຍ ເຂົ້າຮ່ວມຂອງທ່ານ ນາງ ສິ່ງຄຳ ຄົງສະຫວັນ ຄະນະປະຈຳພັກແຂວງ,ຮອງເຈົ້າແຂວງໆວຽງຈັນ ມີບັນດາການນຳຂອງແຂວງ, ຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມລວມທັງໝົດ 128 ທ່ານ, ຍິງ 42 ທ່ານ.
ໃນພິທິດັ່ງກ່າວ ທ່ານ ກອງຄຳ ອິນໄພຍະລາດ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ໄດ້ກ່າວບາງຕອນວ່າ: ການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດກໍ່ຄືວັນສິ່ງແວດລ້ອມສາກົນ 5 ມິຖຸນາເປັນການປຸກລະດົມ ແລະ ປູກຈິດສຳນຶກໃຫ້ທຸກຄົນໃນສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈ ມີຄວາມຕື່ນຕົວ, ແລະ ເປັນເຈົ້າການເຂົ້າຮ່ວມໃນຂະບວນການນັບມື້ນັບຫຼາຍຂື້ນ, ຊັບພະຍາກອນທໍາມະຊາດ ເປັນສິ່ງທີ່ສາມາດນໍາມາໃຊ້ໃຫ້ເກີດປະໂຫຍດຕໍ່ການດໍາລົງຊີວິດຂອງມະນຸດໃນຫຼາຍໆດ້ານເຊັ່ນ: ນໍາມາປະກອບອາຫານ, ໃຊ້ເປັນເຄື່ອງນຸ່ງຫົ່ມ, ໃຊ້ເປັນຢາຮັກສາໂລກ ຫຼື ນໍາມາດັດແປງເປັນທີ່ຢູ່ອາໃສ, ສ່ວນສິ່ງແວດລ້ອມກໍ່ຄືສິ່ງຕ່າງໆທີ່ຢູ່ຮອບຕົວເຮົາ ເປັນທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ. ນອກຈາກນັ້ນ ສິ່ງແວດລ້ອມ ຍັງເປັນສິ່ງທີ່ປ່ຽນແປງໄດ້ສະເໝີເຊິ່ງປະກອບມີ 2 ປະເພດຄື: ໜື່ງແມ່ນ ສິ່ງແວດລ້ອມທີ່ເກີດຈາກການກະທໍາຂອງມະນຸດ ແລະ ສອງແມ່ນສິ່ງແວດລ້ອມທີ່ເກີດຂື້ນເອງ ຫຼື ມີຢູ່ຕາມທໍາມະຊາດ, ຊັບພະຍາກອນທໍາມະຊາດ ມີຄວາມຈໍາເປັນຕໍ່ການດໍາລົງຊີວິດຂອງມະນຸດ ສະນັ້ນພວກເຮົາຈຶ່ງຕ້ອງພ້ອມກັນປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.
ໂອກາດນີ້ ທ່ານນາງສິ່ງຄຳ ຄົງສະຫວັ່ນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄດ້ໃຫ້ກຽດຂື້ນເລົ່າປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກໂດຍທ່ານຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຂອງທຸກໆປີແມ່ນເປັນການໂຄສະນາເຜີຍແຜ່, ສົ່ງເສີມການປົກປັກຮັກສາບູລະນະຟື້ນຟູສິ່ງແວດລ້ອມປູກຈິດສຳນຶກໃຫ້ແກ່ບຸກຄົນ ແລະ ການຈັດຕັ້ງພາຍໃນແລະຕ່າງປະເທດໃຫ້ເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມສີຂຽວສະອາດງາມຕາ, ພາຍໃຕ້ຫົວຂໍ້: “Time for Nature” ຫລື “ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມ’’
ໃນພິດັ່ງກ່າວຈະໄດ້ຈັດໃຫ້ມີຂະບວນການຍ່າງມາລະທອນເພື່ອສຸຂະພາບ ຈາກນັ້ນບັນດາການນຳຂັ້ນຕ່າງໆທີ່ເຂົ້າຮ່ວມໄດ້ພ້ອມກັນປູກເບັ້ຍໄມ້ປະດັບຕາມແຄມທາງ ຂື້ນຫ້ອງວ່າການແຂວງຫຼັງໃໜ່ດ້ວຍບັນຍາກາດທີ່ຟົດຝີນ.