ໃນຕອນເຊົ້າຂອງວັນທີ 16/06/2020 ທີ່ຜ່ານມາໄດ້ມີກອງປະຊຸມເປີດຝຶກອົບຮົມກ່ຽວກັບການສະແກນແຜນທີ່ຕາດິນ, ການດັດແປງແຜນທີ່, ການແຕ້ມແຜນທີ່ຄືນໃໜ່ ແລະ ມາດຕະຖານການເກັບຮັກສາແຜນທີ່ຕາດິນ ໃນລະບົບຄອມພີວເຕີ, ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ໃຫ້ກຽດເປັນປະທານຂອງ ທ່ານ ກອງຄຳ ອີນໄພຍະລາດ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ມີບັນດາຄະນະຄູຝຶກມາຈາກກົມທີ່ດິນ, ມີພະນັກງານວິຊາການຂະແໜງທີ່ດິນ ແລະ ຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ຂະແໜງຄຸ້ມຄອງທີ່ດິນ ແລະ ຂະແໜງການທີ່ກ່ຽວຂ້ອງ, ເພື່ອເກັບຮັກສາຂໍ້ມູນແຜນທີ່ຕາດິນ ແລະ ຂໍ້ມູນຕ່າງໆ ກ່ຽວກັບທີ່ດິນໄວ້ໃນລະບົບຄອມພີວເຕີ ເພື່ອປ້ອງກັນບໍ່ໃຫ້ເສຍຫາຍໄດ້ງ່າຍ, ໂອກາດນີ້ທ່ານ ກອງຄຳ ອີນໄພຍະລາດ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄຳຄິດຄຳເຫັນຕໍ່ການຝຶກອົບຮົມໃນຄັ້ງນີ້ວ່າ: ມັນເປັນໂອກາດດີ ທີ່ທາງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເປັນຫວ່ງເປັນໄຍໂດຍສະເພາະກໍ່ຄື ກົມທີ່ດິນໄດ້ລົງມາຝຶກອົບຮົມກ່ຽວກັບການສະແກນແຜນທີ່ຕາດິນ, ການດັດແປງແຜນທີ່, ການແຕ້ມແຜນທີ່ຄືນໃໜ່ ແລະ ການເກັບຮັກສາແຜນທີ່ຕາດິນ ເຂົ້າໃນລະບົບຄອມພິວເຕີ ເພື່ອບໍ່ໃຫ້ມັນສູນເສຍໄດ້ງ່າຍ ແລະ ເພື່ອໃຫ້ທັນສະໄໜ ຕາມແຕ່ລະໄລຍະ ແຕ່ກໍ່ຂໍຮຽກຮ້ອງໃຫ້ພະນັກງານວິຊາການຂະແໜງທີ່ດິນ ແລະ ຂະແໜງທີ່ກ່ຽວຂ້ອງ ທີ່ເຂົ້າຝຶກອົບຮົມຈົ່ງເອົາໃຈໃສ່ສຶກສາຄົ້ນຄ້ວາ ເບິ່ງວິທີ່ການຈັດຕັ້ງປະຕິບັດຕົວຈິງ ເອົາຂໍ້ມູນເຂົ້າໃນລະບົບຄອມພີວເຕີໃຫ້ໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງ.
ການຝຶກອົບຮົມ ແລະ ປະຕິບັດຕົວຈິງກ່ຽວກັບວຽກງານທີ່ດິນ ແມ່ນຈະໃຊ້ເວລາເຖິງ 10 ວັນ ແລະ ກໍ່ຈະໄດ້ຮັບໃບຢັ້ງຢືນໃນບັ້ນຝຶກອົບຮົມຢ່າງຄົບຖ້ວນ.