ໃນ​ຕອນ​ບ່າຍ​ຂອງວັນ​ທີ 8 ຕຸ​ລາ 2020 ທີ່​ຜ່ານມາຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງວຽງ​ຈັນ, ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ສານ​ງານ ປະ​ຈຳ​ໄຕ​ມາດ​ທີ III ຂອງ​ໂຄງ​ການ​ຍ່ອຍ ຄ​ສ​ລ2-ພ​ຊ​ສ ແຂວງວຽງ​ຈັນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ບົວ​ພັນ ສີ​ວົງ​ໄຊ ຮອງ​ຫົວ​ໜ້າ​ພະ​ແນກ ພ​ຊ​ສ ແຂວງວຽງ​ຈັນ, ເຊິ່ງ​ມີ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ 28 ທ່ານ ຈາກ​ກະ​ຊວງ, ແຂວງ, ຜູ້​ປະ​ສານ​ງານ​ຈາກ​ພະ​ແນກ​ການ​ຕະ​ຫລອດ​ຮອດ​ພາກ​ສ່ວນ​ບໍ​ລິ​ສັດ​ທີ່​ປຶກ​ສາ ແລະ ບໍ​ລິ​ສັດ​ຮັບ​ເໝົາ​ໂຄງ​ການ​ເຂົ້າ​ຮ່ວມ.

   ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ໃນ​ໄລ​ຍະ​ຜ່ານ​ມາ​ປະ​ຈຳ​ໄຕ​ມາດ III ຂອງ​ໂຄງ​ການ​ຍ່ອຍ ຄ​ສ​ລ2-ພ​ຊ​ສ ແຂວງວຽງ​ຈັນ ແລະ ປຶກ​ສາ​ຫາ​ລື​ການ​ອອກ​ໃບ​ອະ​ນຸ​ຍາດຢັ້ງ​ຢືນ​ສິ່ງ​ແວດ​ລ້ອມ​ໃຫ້​ກັບ​ໂຄງ​ການກໍ່​ສ້າງ​ທາງ ກໍ່​ຄຶ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ 9 ເດືອນ​ປະ​ຈຳ​ປີ 2020 ທີ່​ບາງ​ໜ້າ​ທີ່​ວຽກ​ງານກໍ່​ໄດ້​ຕິດ​ພັນ​ກັບ​ກົມ​ກອງ​ຂັ້ນ​ສູນ​ກາງ ແລະ ພະ​ແນກ​ການ​ຂັ້ນ​ແຂວງ, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ຍ່ອຍ ຄ​ສ​ລ2, ຜ່ານ​ບົດ​ສະ​ຫລຸບ​ສັງ​ລວມ​ວຽກ​ງານ9 ເດືອນ​ປະ​ຈຳ​ປີ 2020 ໜ້າ​ວຽກ​ຈຸດ​ສຸມ, ທິດ​ທາງ​ແຜນ​ການ​ຕໍ່​ໜ້າ ແລະ ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ວຽກ​ງານ​ທີ່​ຕ້ອງ​ສຶບ​ຕໍ່​ຊຸກ​ຍູ້​ໃຫ້​ສອງ​ບໍ​ລິ​ສັດ​ຮັບ​ເໝົາ​ໂຄງ​ການກໍ່​ສ້າງ​ທາງ ໄດ້​ອອກ​ໃບ​ອະ​ນຸ​ຍາດຢັ້ງ​ຢືນ​ສິ່ງ​ແວດ​ລ້ອມ​ທີ່​ທາງ​ຄະ​ນະ​ກຳ​ມະ​ການ​ລົງ​ຊຸກ​ຍູ້​ຕິດ​ຕາ​ມກວດ​ກາ ແລະ ສ້າງ​ບົດ​ບັນ​ທຶກ​ພາກ​ສະ​ໝາມ​ໃນ​ໄລ​ຍະ​ປີ2018 ຜ່ານ​ມາ. ກໍ່​ຄຶ​ບໍ​ລິ​ສັດ​ບຸນ​ໂຮມກໍ່​ສ້າງ​ຂົວ-​ທາງ ຈຳ​ກັດ ແລະ ບໍ​ລິ​ສັດ ເຮືອ​ງ​ສີ ກໍ່​ສ້າງ​ຂົວ-ທາງ​ຈຳ​ກັດ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ ແລະ ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ອອກ​ນຳ​ກັນ ແນ່​ໃສ່​ເພື່ອ​ອອກ​ໃບ​ຢັ້ງ​ຢືນ​ສິ່ງ​ແວດ​ລ້ອມ​ໃຫ້​ກັບ​ໂຄງ​ການ​ດັ່ງ​ກ່າວ,ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສອງ​ບໍ​ລິ​ສັດ​ນີ້​ໄດ້​ມີ​ໃບ​ຢັ້ງ​ຢືນ​ດ້ານ​ສິ່ງ​ແວດ​ລ້ອມ.