ໃນຕອນບ່າຍຂອງວັນທີ 8 ຕຸລາ 2020 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ໄດ້ຈັດກອງປະຊຸມປະສານງານ ປະຈຳໄຕມາດທີ III ຂອງໂຄງການຍ່ອຍ ຄສລ2-ພຊສ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບົວພັນ ສີວົງໄຊ ຮອງຫົວໜ້າພະແນກ ພຊສ ແຂວງວຽງຈັນ, ເຊິ່ງມີຈຳນວນຜູ້ເຂົ້າຮ່ວມ 28 ທ່ານ ຈາກກະຊວງ, ແຂວງ, ຜູ້ປະສານງານຈາກພະແນກການຕະຫລອດຮອດພາກສ່ວນບໍລິສັດທີ່ປຶກສາ ແລະ ບໍລິສັດຮັບເໝົາໂຄງການເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນເພື່ອລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາປະຈຳໄຕມາດ III ຂອງໂຄງການຍ່ອຍ ຄສລ2-ພຊສ ແຂວງວຽງຈັນ ແລະ ປຶກສາຫາລືການອອກໃບອະນຸຍາດຢັ້ງຢືນສິ່ງແວດລ້ອມໃຫ້ກັບໂຄງການກໍ່ສ້າງທາງ ກໍ່ຄຶການຈັດຕັ້ງປະຕິບັດໜ້າທີ່ວຽກງານ 9 ເດືອນປະຈຳປີ 2020 ທີ່ບາງໜ້າທີ່ວຽກງານກໍ່ໄດ້ຕິດພັນກັບກົມກອງຂັ້ນສູນກາງ ແລະ ພະແນກການຂັ້ນແຂວງ, ກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະຄຸ້ມຄອງໂຄງການຍ່ອຍ ຄສລ2, ຜ່ານບົດສະຫລຸບສັງລວມວຽກງານ9 ເດືອນປະຈຳປີ 2020 ໜ້າວຽກຈຸດສຸມ, ທິດທາງແຜນການຕໍ່ໜ້າ ແລະ ຮ່ວມກັນປຶກສາຫາລືວຽກງານທີ່ຕ້ອງສຶບຕໍ່ຊຸກຍູ້ໃຫ້ສອງບໍລິສັດຮັບເໝົາໂຄງການກໍ່ສ້າງທາງ ໄດ້ອອກໃບອະນຸຍາດຢັ້ງຢືນສິ່ງແວດລ້ອມທີ່ທາງຄະນະກຳມະການລົງຊຸກຍູ້ຕິດຕາມກວດກາ ແລະ ສ້າງບົດບັນທຶກພາກສະໝາມໃນໄລຍະປີ2018 ຜ່ານມາ. ກໍ່ຄຶບໍລິສັດບຸນໂຮມກໍ່ສ້າງຂົວ-ທາງ ຈຳກັດ ແລະ ບໍລິສັດ ເຮືອງສີ ກໍ່ສ້າງຂົວ-ທາງຈຳກັດ. ກອງປະຊຸມໃນຄັ້ງນີ້ແມ່ນເພື່ອພ້ອມກັນປຶກສາຫາລື, ເພື່ອຄວາມເປັນເອກະພາບ ແລະ ເພື່ອຊອກຫາວິທີທາງອອກນຳກັນ ແນ່ໃສ່ເພື່ອອອກໃບຢັ້ງຢືນສິ່ງແວດລ້ອມໃຫ້ກັບໂຄງການດັ່ງກ່າວ,ເພື່ອເຮັດແນວໃດໃຫ້ສອງບໍລິສັດນີ້ໄດ້ມີໃບຢັ້ງຢືນດ້ານສິ່ງແວດລ້ອມ.