ໃນຕອນເຊົ້າວັນທີ 16 / 10 / 2020 ທີ່​ຜ່ານ​ມາ​ທີ່​ຫ້ອງ​ປະ​ຊຸຸມພະແນກ ພຊສ ແຂວງ​ວຽງ​ຈັນ,ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດໂດຍການເປັນປະທານຂອງທ່ານສຸກັນວິໄ​ລຣັດ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າ ພຊສ ແຂວງວຽງຈັນ ​​ມີຄະ​ນະ​ພະ​ແນກ,ບັນດາຫົວໜ້າຂະແໜງ, ຮອງຂະ​ແໜງ ແລະ ພະນັກງານ - ລັດ​ຖະ​ກອນ​ພາຍໃນ ພຊສ ແຂວງເຂົ້າຮ່ວມຢ່າງ​ພ້ອມ​ພຽງ.

         ທ່ານ ສຸກັນ ວິໄລລັດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ພຊສ ແຂວງວຽງຈັນ ໄດ້ກ່າວວ່າ : ການຈັດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການປຸກລະດົມໂຄສະນາຂະບວນການຮອບດ້ານໃຫ້ມີບັນຍາກາດແລະເປັນຂະບວນການຂໍ່ານັບຮັບຕ້ອນ,ການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແ່ທນອົງຄະນະພັກແຂວງຄັ້ງທີ VI ແລະ ທັງເປັນການເລົ່າມູນເຊື້ອ ວັນສຳຄັນຕ່າງໆ ຂອງພັກຂອງ​ຊາດ ແລະ ຍັງເປັນການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ສະມະຊິກພັກຮາກຖານ ພຊສ ແຂວງ ແລະ ຜັນຂະຫຍາຍ ບັນດາທິດທາງໜ້າທີວຽກງານຈຸດສຸມໃນໄລຍະປີ 2020-2024 ທີໄດ້ລະ​ບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ພຊສ ແຂວງວຽງຈັນ, ໄດ້ລົງເລິກ ແລະ ເຂົ້າສູ່ ວຽກງານວິຊາສະເພາະເພາະໃນການຈັດຕັ້ງປະຕິບັດ ວຽກງານແຕ່ລະຂົງເຂດ ພາຍໃນພະແນກໃຫ້ໄດ້ຮັບປະສິດທິຜົນ,ໃນກອງປະຊຸມຍັງໄດ້ເຜີຍແຜ່ບັນດາເອກະສານ ກ່ຽວກັບການສ້າງໜ່ວຍພັກປອດໄສ ເຂັ້ມແຂງແລະໜັກແໜ້ນເພື່ອເປັນຂໍ້ແຂງຂັນໃຫ້ແຕ່ລະໜ່ວຍພັກນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິ່ງ.

    ໃນໂອກາດດ່ຽວກັນນີ້ ໄດ້ມີການປະກາດແຕ່ງຕັ້ງຮັກສາການ ຫົວໜ້າບາງຂະແໜງ ທີ່ມີຄວາມຈຳເປັນພາຍໃນພະແນກ ພຊສ ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບປະສິດທິຜົນ.