ກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ ພຊສ ແຂວງວຽງຈັນ
ໃນຕອນເຊົ້າວັນທີ 16 / 10 / 2020 ທີ່ຜ່ານມາທີ່ຫ້ອງປະຊຸຸມພະແນກ ພຊສ ແຂວງວຽງຈັນ,ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດໂດຍການເປັນປະທານຂອງທ່ານສຸກັນວິໄລຣັດ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ ຫົວໜ້າ ພຊສ ແຂວງວຽງຈັນ ມີຄະນະພະແນກ,ບັນດາຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານ - ລັດຖະກອນພາຍໃນ ພຊສ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.
Read more: ກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ ພຊສ ແຂວງວຽງຈັນ
ກອງປະຊຸມປະສານງານປະຈຳໄຕມາດທີIII ຂອງໂຄງການຍ່ອຍ ຄສລ2 - ພຊສ ແຂວງວຽງຈັນ
ໃນຕອນບ່າຍຂອງວັນທີ 8 ຕຸລາ 2020 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ໄດ້ຈັດກອງປະຊຸມປະສານງານ ປະຈຳໄຕມາດທີ III ຂອງໂຄງການຍ່ອຍ ຄສລ2-ພຊສ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບົວພັນ ສີວົງໄຊ ຮອງຫົວໜ້າພະແນກ ພຊສ ແຂວງວຽງຈັນ, ເຊິ່ງມີຈຳນວນຜູ້ເຂົ້າຮ່ວມ 28 ທ່ານ ຈາກກະຊວງ, ແຂວງ, ຜູ້ປະສານງານຈາກພະແນກການຕະຫລອດຮອດພາກສ່ວນບໍລິສັດທີ່ປຶກສາ ແລະ ບໍລິສັດຮັບເໝົາໂຄງການເຂົ້າຮ່ວມ.
Read more: ກອງປະຊຸມປະສານງານປະຈຳໄຕມາດທີIII ຂອງໂຄງການຍ່ອຍ ຄສລ2 - ພຊສ ແຂວງວຽງຈັນ
ຝຶກອົມຮົມກ່ຽວກັບວຽກງານທີ່ດິນ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ
ໃນຕອນເຊົ້າຂອງວັນທີ 16/06/2020 ທີ່ຜ່ານມາໄດ້ມີກອງປະຊຸມເປີດຝຶກອົບຮົມກ່ຽວກັບການສະແກນແຜນທີ່ຕາດິນ, ການດັດແປງແຜນທີ່, ການແຕ້ມແຜນທີ່ຄືນໃໜ່ ແລະ ມາດຕະຖານການເກັບຮັກສາແຜນທີ່ຕາດິນ ໃນລະບົບຄອມພີວເຕີ, ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ໃຫ້ກຽດເປັນປະທານຂອງ ທ່ານ ກອງຄຳ ອີນໄພຍະລາດ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ມີບັນດາຄະນະຄູຝຶກມາຈາກກົມທີ່ດິນ, ມີພະນັກງານວິຊາການຂະແໜງທີ່ດິນ ແລະ ຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
Read more: ຝຶກອົມຮົມກ່ຽວກັບວຽກງານທີ່ດິນ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ
ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ່ ພຊສ ແຂວງວຽງຈັນ
ໃນວັນທີ 10/06/2020 ເວລາ 02:00 ໂມງ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີຫ້ອງປະຊຸມຂອງພະແນກ ໂດຍການເຂົ້າຮ່ວມຂອງ ທ່ານ ກອງຄຳ ອິນໄພຍະລາດ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ, ມີບັນດາຫົວໜ້າຂະແໜງ, ພະນັກງານພາຍໃນພະແນກ ແລະ ຫຼານນ້ອຍຈຳນວນໜຶ່ງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
Read more: ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ່ ພຊສ ແຂວງວຽງຈັນ
Page 1 of 2